Contact us

Contact Us

ຫາກທ່ານມີຄຳຖາມ ກ່ຽວກັບການບໍລິການ ແລະ ສີນຄ້າ ສາມາດຕິດຕໍ່ພວກເຮົາໄດ້ ທີ່ຫ້ອງການ ບ້ານໜອງບອນ ຕາມ ໂມງເວລາລັດຖະການ ຫລື ຈະຕິດຕໍ່ຜ່ານ ອີເມວ ຫລື ເບີ Whatsapp ຕາມລາຍລະອຽດທາງລຸ່ມນີ. 

Email

Info@mts.la

Mobile & Whatsapp

+856 20 28800770

Address

Hom 6, 087/06 Nongbon Village, Saysettha District, Vientiane Capital, Lao PDR

10 + 15 =

F.A.Q.

Frequently Asked Questions

ຄຳຖາມທີ່ມັກຖາມເລື່ອຍໆ

 

ສ້າງເວັບໄຊທລາຄາເທົ່າໃດ?

ການອອກແບບ ແລະ ພັດທະນາເວັບໄຊທ ແມ່ນພວກເຮົາບໍ່ມີລາຄາຕາຍຕົວ ເພາະວ່າແຕ່ລະເວັບໄຊທ ຄວາມຕ້ອງການແມ່ນບໍ່ຄືກັນ ແລະ ຟັງຊັ້ນການໃຊ້ງານຂອງລູກຄ້າແຕ່ລະຄົນບາງຢ່າງກະຢາກໄດ້ແຕກຕ່າງກັນໄປ.  ສະນັ້ນເຮົາຈະປະເມີນຄວາມຕ້ອງການຂອງລູກຄ້າກ່ອນ ຈິງສາມາດອອກໃບສະເໜີລາຄາໃຫ້ໄດ້.

ສາມາດເຮັດເວັບໄຊທ ເປັນສອງພາສາຫລື ຫລາຍກວ່າຫັນໄດ້ບໍ່?

ລະບົບເວັບໄຊທ ທີ່ເຮົາເຮັດໃຫ້ລູກຄ້າແມ່ນຮ້ອງຮັບຫລາຍພາສາ ທ່ານຢາກໃສ່ຈັກພາສາກໍ່ໄດ້ ແຕ່ ທ່ານຕະຕ້ອງແປເນື້ອຫາໃນເວັບໄຊທ ມາໃຫ້ທາງເຮົາເຊີ່ງເຮົາຈະເອົາໃສ່ໃຫ້ ຫລື ສອນວິທີທ່ານຂຽນໃສ່ໄດ້ເອງ.

ຢາກໄດ້ແຕ່ອີເມວມາໃຊ້ໃນບໍລິສັດ ບໍ່ທັນຢາກມີເວັບໄຊທໄດ້ບໍ່?

ຖ້າຫາກທ່ານຢາກໄດ້ອີເມວມາໃຊ້ໃນອົງກອນທ່ານ ແຕ່ ທ່ານບໍ່ທັນຢາກມີເວັບໄຊທເປັນຂອງຕົວເອງເທືອກໍ່ແມ່ນສາມາດເຮັດໄດ້ ມີແຕ່ທ່ານເຊົ່າພື້ນທີ່ hosting ແລະ domain ແລ້ວທ່ານກໍ່ຈະໄດ້ cPanel ໄປສ້າງອີເມວເພື່ອໃຊ້ໃນອົງການ ພວກເຮົາຈະສອນວິທີໃຊ້ໃຫ້ນຳ.

ສ້າງເວັບໄຊທໃຊ້ເວລາດົນບໍ່?

ການສ້າງເວັບໄຊທທົ່ວໄປໄວສຸດແມ່ນສອງອາທິດ ຊ້າສຸດ ແມ່ນແລ້ວແຕ່ຂໍ້ມູນ. ສຳຄັນແມ່ນຖ້າທ່ານມີຂໍ້ມູນທີ່ເປັນຮູບພາບ, ຂໍ້ຄວາມພ້ອມແມ່ນເຮົາສາມາດເຮັດໃຫ້ທ່ານໄດ້ໄວເລີ່ຍ.

ເປັນຫຍັງຈິງຕ້ອງເຊົ່າພື້ນທີ່ຝາກເວັບໄຊທ?

ຫລັງຈາກສ້າງເວັບໄຊທ ແລ້ວ ແມ່ນຈະຕ້ອງມີພື້ນທີ່ເກັບຮັກສາ file ທີ່ສ້າງຂື້ນມາເພື່ອສາມາດໃຫ້ຄົນອື່ນທົ່ວໂລກນີເຂົ້າມາເບີ່ງເວັບໄຊທ ເຮົາໄດ້. ສະນັ້ນຈີ່ງຕ້ອງໄດ້ເຊົ່າພື້ນທີ່ຝາກເວັບໄຊທ ແລະ ຊື່ເວັບໄຊທ ເຊີ່ງລາຄາຈະຄິດໄລ່ເປັນປີ.